ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຫລັກສູດວິທະຍາສາດສິ່ງແວດລ້ອມ ຄົບຮອບ 20 ປີ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 11-12 ທັນວາ 2025 ທີ່ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ (ມຊ), ເຊິ່ງໄດ້ມີພິທີເປີດຢ່າງເປັນທາງການ ໃນວັນທີ 11 ທັນວາ 2025 ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ໄກສອນ ເພັງໂສພາ ຫົວໜ້າຄະນະວິຊາ ຄະນະວິທະຍາສາດສິ່ງແວດລ້ອມ, ມີທ່ານ ອະດິດການນຳ,ພະນັກງານອາວຸໂສບຳນານ ຜູ້ຊົງຄຸນວຸດ, ຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ , ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າພະເເນກ,ບັນດາຄູ່ຮ່ວມງານ ທີ່ເດີນທາງມາຈາກທັງພາຍໃນ ແລະ ຕ່າງປະເທດ , ພ້ອມດ້ວຍພະນັກງານຄູອາຈານ ,ນັກສຶກສາ ແລະ ແຂກຖືກເຊີນ ກໍເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ
ໃນພິທີ, ທ່ານ ຮສ ປອ ໄກສອນ ເພັງໂສພາ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທັງການ ພ້ອມທັງໄດ້ກ່າວຈຸດປະສົງ ແລະ ກິດຈະກຳຕ່າງໆໃນການຈັດງານ ເຊິງປະກອບດ້ວຍ: ກອງປະຊຸມວິຊາການດ້ານສິ່ງແວດລ້ອມ ແລະ ການພັດທະນາ, ງານພົບປະອະດີດນັກສຶກສາ. ນອກຈາກນີ້ຍັງມີກິດຈະກຳປູກຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການຕອບຄຳຖາມຫລິ້ນເກມ. ພ້ອມນັ້ນ, ທ່ານຍັງໄດ້ຫວນຄືນປະຫວັດຄວາມເປັນມາ ແຕ່ອະດີດຮອດປັດຈຸບັນຂອງການສ້າງຕັ້ງ ຫລັກສູດ ວິທະຍາສາດສິ່ງແວດລ້ອມ ຄົບຮອບ 20 ປີ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ເມື່ອວັນທີ 5 ມິຖຸນາ 2004 ສູນການສຶກສາສິ່ງແວດລ້ອມແລະການພັດທະນາ (ສສພ) ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ເປັນສູນວິຊາການດຽວຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ມີຫຼັກສູດການຮຽນ-ການສອນໃນລະດັບປະລິນຍາຕີ ໜ້າທີ່ໂດຍລວມ ແມ່ນແນໃສ່ເຮັດການຄົ້ນຄວ້າວິໄຈ, ຈັດຕັ້ງປະຕິບັດການຮຽນ-ການສອນ, ຈັດຕັ້ງການເຝິກອົບຮົມ-ແລກປ່ຽນຂໍ້ມູນຂ່າວສານດ້ານສິ່ງແວດລ້ອມ ແລະ ພົວພັນຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງກັບສິ່ງແວດລ້ອມທັງພາຍໃນ ແລະ ຕ່າງປະເທດ. ປະກອບມີຫຼັກສູດລະດັບປະລິນຍາຕີ (2+3) ພຽງ 1 ຫູັກສູດ ຄື: ປະລິນຍາຕີ ວິທະຍາສາດສິ່ງແວດລ້ອມ ປະກອບມີ 2 ສາຂາລົງຄື: ສາຂາ ວິທະຍາສາດສິ່ງແວດລ້ອມ ແລະ ສາຂາ ການຈັດການສິ່ງແວດລ້ອມ ເລີ່ມຈາກມີນັັກສຶກສາ 39 ຄົນ, ເມື່ອວຽກງານສິ່ງແວດລ້ອມໃນເວທີສາກົນ, ມາຮອດເດືອນ ກັນຍາ ປີ 2009 ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ຍົກຖານະບົດບາດ ຈາກ ສູນການສຶກສາສິ່ງແວດລ້ອມ ແລະ ການພັດທະນາ (ສສພ) ມາເປັນ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ທີ່ມີຖານະບົດບາດເທົ່າທຽມກັນກັບຄະນະວິຊາຕ່າງໆ ໃນໂຄງຮ່າງກົງຈັກບໍລິຫານລວມຂອງມະຫາວິທະຍາໄລແຫ່ງຊາດ ຢ່າງສົມບູນທຸກປະການ ແລະ ໄດ້ຈັດຕັ້ງເຄືອນໄຫວວຽກງານຂອງຕົນພາຍໃຕ້ວິໃສທັດລວມທີ່ວ່າ: ພັດທະນາຄະນະວິທະຍາສາດສິ່ງແວດລ້ອມໃນທຸກໆດ້ານ ໃຫ້ກາຍເປັນສູນກາງກໍ່ສ້າງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດ ນໍາໜ້າທາງດ້ານວິຊາການ ການບໍລິຫານຈັດການສິ່ງແວດລ້ອມ, ມີຄຸນສົມບັດ, ມີຈະລິຍະທໍາ ແລະ ຄວາມສີວິໄລທາງຈິດໃຈ.
ປະຈຸບັນຄະນະວິວິທະຍາສາດສິ່ງແວດລ້ອມປະກອບມີ: 7 ພະແນກເສນາທິການ, ມີ 2 ສູນວິຊາການ ແລະ ຫົວໜ່ວຍຂັບເຄື່ອນທາງວິຊາການ 3 ຫົວໜ່ວຍ (ອາສາສະມັກ SEED , ທະນາຄານຂີ້ເຫຍື້ອຣີຊາຍໂຄ, ຫ້ອງເກັບຊາກຕົວຢ່າງສັດ). ມີ 4 ພາກວິຊາ, ມີ 5 ສາຂາຫູັກສູດລົງເລິກ, ມີ 16 ໜ່ວຍວິຊາ ໃນລະດັບປະລິນຍາຕີ, ມີ 1 ຫຼັກສູດປະລິນຍາຕີເຊື່ອມຕໍ່, ມີ 2 ຫລັກສູດ ໃນລະດັບປະລິນຍາໂທ ແລະ 1 ຫຼັກສູດໃນລະດັບປະລິນຍາເອກ.
ພ້ອມນັ້ນ, ໃນລະຫວ່າງວັນທີ 11-12 ທັນວາ ຍັງມີກອງປະຊຸມວິຊາການ ດ້ານສິ່ງແວດລ້ອມ ແລະ ການພັດທະນາ ຄັ້ງທີ 1 (The 1st Conference on Environment and Development)” ເພື່ອສ້າງເວທີທາງວິຊາການລະດັບສາກົນຂຶ້ນ. ໂດຍມີຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອສົ່ງເສີມການຄົ້ນຄວ້າວິໄຈ, ການເຜີຍແຜ່ຜົນງານທາງວິທະຍາສາດ ແລະ ແລກປ່ຽນບົດຮຽນ ລະຫວ່າງ ນັກຄົ້ນຄວ້າພາຍໃນ ແລະ ຕ່າງປະເທດ ເຊິ່ງມີເນື້ອໃນຄອບຄຸມ 4 ສາຂາທີ່ສຳຄັນ ໄດ້ແກ່:
• ວິທະຍາສາດສິ່ງແວດລ້ອມ (Environmental Sciences)
• ການຈັດການສິ່ງແວດລ້ອມ (Environmental Management)
• ເຕັກໂນໂລຊີສິ່ງແວດລ້ອມ (Environmental Technology)
• ການວາງແຜນພັດທະນາ ແລະ ການສຶກສາສິ່ງແວດລ້ອມ (Development Planning and Environmental Education)
ນອກຈາກນີ້, ຫົວຂໍ້ການນຳສະເໜີໃນກອງປະຊຸມ ຍັງມີຄວາມຫຼາກຫຼາຍ ແລະ ທັນສະໄໝ, ສອດຄ່ອງກັບສະພາບການຕົວຈິງ. ຕັ້ງແຕ່ການສົນທະນາກ່ຽວກັບນິຕິກຳ ແລະຍຸດທະສາດສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ບົດບາດຂອງເຄືອຂ່າຍພິພິທະພັນທຳມະຊາດວິທະຍາ, ໄປຈົນເຖິງ ຫົວຂໍ້ທີ່ຕິດພັນກັບຊີວິດການເປັນຢູ່ ເຊັ່ນ: ວຽກງານ “One Health” ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ, ການນຳໃຊ້ພະລັງງານທົດແທນຈາກຊີວະມວນ (Biomass), ແລະ ການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນການຮຽນ-ການສອນ.
—————————————————
ຕິດຕາມຂ່າວໄດ້ທີ່ນີ້: https://nuol.edu.la/
