ອອກເເຮງງານແດງວັນເສົາ ວັນທີ17/12/2022ອອກເເຮງງານແດງວັນເສົາ ວັນທີ17/12/2022

ບັນດາທ່ານຄູ-ອາຈານ ແລະ ນັກສຶກສາ ຄະນະວິທະຍາສາດສິ່ງເເວດລ້ອມ ຈັດກິດຈະກຳອອກເເຮງງານຕ້ອນຮັບກອງປະຊຸມເຄິ່ງສະໃໝ ຂອງຄະນະພັກຮາກຖານ ຄສວ. ໂດຍການມອບໝາຍໃຫ້ສະມາຊິກ 3​ ອົງການຈັດຕັ້ງມະຫາຊົນເປັນເຈົ້າການໃນການສ້າງຂະບວນການ ແລະ ຮ່ວມແຮງຮ່ວມຈິດຮ່ວມໃຈກັນອອກເເຮງງານລວມພ້ອມກັບຈັດເວລາວ່າງອອກກຳລັງກາຍໂດຍການເຕັ້ນ ເອໂລບິກ ເພື່ອຜ່ອນຄາຍຮ່າງກາຍພາຍໃນຍາມເຊົ້າກ່ອນທີ່ຈະລົງອານະໄມໃນເເຕ່ລະພື້ນທີ່ທີ່ໄດ້ຈັດຕຽມໄວ້ຕາມເເຕ່ລະຈຸດຂອງຄະນະວິທະຍາສາດສິ່ງແວດລ້ອມ.

ນັກສຶກສາ ແລະ ຄູອາຈານ ຄສວ ປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍສັງຄົມ ແລະ ເພື່ອນມະນຸດດວ້ຍກັນນັກສຶກສາ ແລະ ຄູອາຈານ ຄສວ ປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍສັງຄົມ ແລະ ເພື່ອນມະນຸດດວ້ຍກັນ

ວັນທີ 14 ທັນວາ 2022 ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວໄດ້ຈັດກິດຈະກໍາບໍລິຈາກເລືອດ. ເນື່ອງຈາກໃນປັດຈຸບັນບັນຫາຂາດແຄນ ແລະ ຄວາມຕ້ອງການເລືອອດໃນສັງຄົມແມ່ນມີຄວາມຕ້ອງການສູງ. ດັ່ງນັ້ນ, ນັກສຶກສາ ແລະ ຄູອາຈານ ຄສວ ປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍສັງຄົມ ແລະ ເພື່ອນມະນຸດດວ້ຍກັນ

ພາລະບົດບາດພາລະບົດບາດ

ຄະນະວິທະສາດສິ່ງແວດລ້ອມ (ຂຽນຫຍໍ້ວ່າ  “ຄສວ”) ມີສຳນັກງານຄະນະບໍດີ ຕັ້ງຢູ່ວິທະຍາເຂດ ດົງໂດກນະຄອນຫລວງວຽງຈັນ.  ເປັນຄະນະວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງ  ຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດ ໃນການຈັດຕັ້ງການຮຽນ-ການສອນ, ການວາງແຜນ ແລະ ກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດສິ່ງແວດລ້ອມ, ການຈັດການສິ່ງແວດລ້ອມ, ເທັກໂນໂລຊີສິ່ງແວດລ້ອມ ແລະ ການວາງແຜນພັດທະນາ, ການປູກຈິດສໍານຶກໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ຊຸມຊົນແລະສັງຄົມ, ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງທ່ານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.