ເບີໂທ:021770561
ອີເມວ:fes@nuol.edu.la

ພາລະບົດບາດ

ຄະນະວິທະສາດສິ່ງແວດລ້ອມ (ຂຽນຫຍໍ້ວ່າ  “ຄສວ”) ມີສຳນັກງານຄະນະບໍດີ ຕັ້ງຢູ່ວິທະຍາເຂດ ດົງໂດກນະຄອນຫລວງວຽງຈັນ.  ເປັນຄະນະວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງ  ຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດ ໃນການຈັດຕັ້ງການຮຽນ-ການສອນ, ການວາງແຜນ ແລະ ກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດສິ່ງແວດລ້ອມ, ການຈັດການສິ່ງແວດລ້ອມ, ເທັກໂນໂລຊີສິ່ງແວດລ້ອມ ແລະ ການວາງແຜນພັດທະນາ, ການປູກຈິດສໍານຶກໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ຊຸມຊົນແລະສັງຄົມ, ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງທ່ານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.