ຊື່ຫຼັກສູດ
ພາສາລາວ : ຫຼັກສູດປະລິນຍາຕີ ເຕັກໂນໂລຊີ ສິ່ງແວດລ້ອມ
ຊື່ໃບປະກາດສະນີຍະບັດ
– ພາສາລາວ : ປະລິນຍາຕີ ເຕັກໂນໂລຊີ ສິ່ງແວດລ້ອມ
– ຊື່ຫຍໍ້ເປັນພາສາລາວ : ປທສ
ປັດຊະຍາ
ສ້າງນັກວິຊາການທາງດ້ານເຕັກໂນໂລຊີສິ່ງແວດລ້ອມ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງ ໂດຍມີການວິເຄາະດ້ວຍເຫດແລະຜົນ. ໃນນັ້ນ, ນັກວິຊາການເຕັກໂນໂລຊີສິ່ງແວດລ້ອມ ຈະມີຄວາມຊ່ຽວຊານທາງດ້ານ ເຕັກນິກ-ເຕັກໂນໂລຊີ, ເຕັກໂນໂລຊີການບຳບັດສິ່ງເສດເຫລືອ, ເຕັກໂນໂລຊີການປ່ຽນແປງດີນຟ້າອາກາດ ແລະ ເຕັກໂນໂລຊີພະລັງງານທົດແທນ. ເພື່ອຕອບສະໜອງກັບສະພາບຄວາມເປັນຈິງຂອງສັງຄົມ, ຕາມແຜນນະໂຍບາຍຂອງລັດຖະບານໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນ ເພື່ອລຸດຜ່ອນຜົນກະທົບທາງສັງຄົມ, ເສດຖະກິດ, ລະບົບນິເວດ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການພັດທະນາ ໃນຂະແໜງການຕ່າງໆໃຫ້ມີປະສິດທິຜົນສູງ ແລະ ມີຄວາມຍືນຍົງ.
ຈຸດປະສົງ
- ສ້າງໃຫ້ນັກສຶກສາມີແນວຄິດ ຄຸນສົມບັດສິນທຳປະຕິວັດທັດສະນະການເມືອງທີ່ຖືກຕ້ອງ ມີແນວຄິດຮັກຊາດ ຮັກລະບອບໃໝ່ ມີຄວາມຈົງຮັກພັກດີຕໍ່ພັກ ແລະ ລັດຖະບານ ມີຄວາມສາມັກຄີບັນດາເຜົ່າ, ຮູ້ຮັກສາ ແລະ ອານຸລັກຊັບພະຍາກອນທຳມະຊາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
- ເພື່ອພັດທະນາຄວາມຮູ້, ຄວາມສາມາດດ້ານເຕັກໂນໂລຊີສິ່ງແວດລ້ອມ ໂດຍລົງເລິກຄວາມຮູ້ດ້ານ ເຕັກນິກ-ເຕັກໂນໂລຊີ, ເຕັກໂນໂລຊີການບຳບັດສິ່ງເສດເຫລືອ, ເຕັກໂນໂລຊີການປ່ຽນແປງດີນຟ້າອາກາດ ແລະ ເຕັກໂນໂລຊີພະລັງງານທົດແທນ.
- ເພື່ອສະໜອງນັກວິຊາການ ທີ່ມີຄວາມຮູ້ແບບສະຫະວິຊາການທີ່ມີຄຸນນະພາບໃຫ້ແກ່ຂະແໜງການຕ່າງໆທັງພາກລັດ ແລະ ພາກເອກກະຊົນໃນຂອບເຂດທົ່ວປະເທດ ຕາມແຜນນະໂຍບາຍຂອງລັດຖະບານ.
